ຄວາມສຸກ ແລະ ຂີ້ເຫຍື້ອ…

ຄວາມສຸກ ແລະ ຂີ້ເຫຍື້ອ…

ຄົນ​ເຮົາ​ໃນ​ຍຸກ​ປັດ­ຈຸ­ບັນ ຕ່າງ​ກໍ​ໄຝ່​ຝັນ​ຢາກ​ດຳ­ລົງ​ຊີ­ວິດ​ພາຍ​ໃຕ້​ທ້ອງ­ຟ້າ​ແຫ່ງ​ສັນ­ຕິ­ພາບ ແລະ ມີ​ຄວາມ­ສຸກ​ຢູ່​ກັບ​ການ​ຈັບ​ຈ່າຍ​ໃຊ້​ສອຍ​ຄື ປາ­ຖະ­ໜາ​ສິ່ງ​ໃດ​ຂໍ​ໃຫ້​ໄດ້​ດັ່ງ​ຄວາມ​ມັກ​ຄວາມ​ປາ­ຖະ­ໜາ ຖ້າ­ວ່າ​ຈະ​ເອົາ​ສິ່ງ​ດັ່ງ­ກ່າວ​ເປັນ​ສິ່ງ​ວັດ­ແທກ ຫຼື ຈະ​ປຽບ​ໃຫ້​ເປັນ​ດັດ​ສະ​ນີ​ວັດ­ແທກ​ຄວາມ­ສຸກ​ນັ້ນ ເຫັນ​ວ່າ​ຍັງ​ຂາດ​ຄວາມ​ມີ​ຊີ­ວິດ​ຊີ­ວາ​ຢູ່​ຫຼາຍ ແຕ່​ແນວ­ໃດ​ກໍ​ດີ ເມື່ອ​ກວດ­ກາ​ເບິ່ງ​ຄວາມ​ຕ້ອງ­ການ​ທີ່​ກ່າວ​ໃນ​ເບື້ອງ​ຕົ້ນ ເຫັນ​ວ່າ​ເປັນ​ການ​ມີ​ຄວາມ­ສຸກ​ຢ່າງ​ຮີບ​ດ່ວນ​ແບບ​ໄຮ້​ດຽງ­ສາ​ເກີນ​ໄປ ຄື​ບໍ່​ຕ້ອງ­ການ​ໃຫ້​ຕົນ​ເອງ ຢູ່​ໃນ​ບັນ­ຍາ­ກາດ​ຂອງ​ພາ­ວະ​ເສິກ​ສົງ­ຄາມ ຢາກ​ມີ​ເງິນ​ຄຳ​ເພື່ອ​ເນ­ລະ­ມິດ​ເອົາ​ວັດ­ຖຸ​ເຂົ້າ­ຂອງ​ທີ່​ຕົນ​ຕ້ອງ­ການ ມາ​ບຳ­ເລີ​ຕົນ​ໃຫ້​ມີ​ຄວາມ­ສຸກ​ກາຍ​ສະ­ບາຍ​ໃຈ.

ອັນ​ນີ້​ເປັນ­ຄວາມ​ສຸກ​ແບບ​ເພີ້​ຝັນ​ແຕ້ມ​ຮູບ​ເອົາ ຄວາມ­ສຸກ​ປະ­ເພດ​ນີ້ ແມ່ນ​ຄວາມ­ສຸກ​ທີ່​ເກີດ​ຂຶ້ນ​ບົນ​ກອງ​ຂີ້​ເຫຍື້ອ ຫຼື ບໍ່​ເປັນ​ໄປ​ຕາມ​ຄັນ​ລອງ​ຄອງ​ທຳ ບໍ່​ຜ່ານ​ການ​ອອກ­ແຮງ​ງານ ຄື​ທຸກ​ຢ່າງ​ຈະ​ຕ້ອງ​ຊື້​ເອົາ​ທີ່​ຕະ­ຫຼາດ ຢາກ​ໄດ້​ຫຍັງ​ກໍ​ປິ່ນ​ໜ້າ​ໃສ່​ຕະ­ຫຼາດ ຊຸບ​ເປີ​ມາກ​ເກັດ ໂດຍ​ແມ່ນ​ແນວ​ຄວາມ​ຄິດ​ທີ່​ຕິດ​ພັນ​ຂອງ​ກະ­ແສ​ບໍ­ລິ­ໂພກ​ນິ­ຍົມ ສະ­ໜອງ​ຢູ່​ພາຍ​ໃນ​ປະ­ເທດ​ບໍ່​ຄົບ​ຖ້ວນ ແລ້ວ​ພາ­ກັນ​ແຫ່​ໄປ​ຊື້​ຢູ່​ຕ່າງ­ປະ­ເທດ​ທີ່​ໃກ້​ຄຽງ ໃຊ້​ຈ່າຍ​ເງິນ­ຕາ​ແບບ​ແຂ່ງ­ຂັນ​ກັນ ສິ່ງ​ທີ່​ໄດ້​ມາ​ເມື່ອ​ແກະ​ກ໋ອງ​ທີ່​ເຫຼືອ​ໃຊ້ ມັນ​ກໍ​ກາຍ­ເປັນ​ຂີ້​ເຫຍື້ອ​ຫຼ້ອນໆ ຈົນ​ມີ​ຜູ້​ເວົ້າ​ເຢີ້ຍ​ພວກ​ອອກ​ຕະ­ຫຼາດ​ຕ່າງ­ປະ­ເທດ​ນັ້ນ​ວ່າ ເປັນ​ຜູ້​ມ້ຽນ​ຂີ້​ເຫຍື້ອ​ໃຫ້​ຕ່າງ­ປະ­ເທດ ໃນ​ນີ້ ບໍ່​ວ່າ​ແຕ່​ເຄື່ອງ​ໃນ​ຫໍ່​ໃນ​ກ໋ອງ ແມ່ນ​ແຕ່​ລົດ​ລາ​ພາ­ຫະ­ນະ​ກໍ​ເຊັ່ນ​ກັນ ມັນ​ກໍ​ເລີ່ມ​ເປັນ​ເສດ​ເຫຼັກ​ເຂົ້າ​ເລື້ອຍໆ ເມື່ອ​ລຸ້ນ​ໃໝ່ໆ​ອອກ​ມາ​ຍົວະ​ໃຈ​ໃຫ້​ແກ່​ການ​ແຂ່ງ­ຂັນ​ບໍ­ລິ­ໂພກ ເລື່ອງ​ນີ້​ຈະ​ແກ້​ຕົກ​ໄດ້ ກໍ​ຕ້ອງ​ມີ​ຕົວ​ແບບ​ຂອງ​ການ​ດຳ­ລົງ​ຊີ­ວິດ ຢູ່​ໃນ​ຄວາມ​ພໍ­ດີ ບໍ່​ຟຸມ​ເຟືອຍ ເບິ່ງ​ຕົນ ເບິ່ງ​ເພິ່ນ ເບິ່ງ​ປະ­ເທດ​ຊາດ ແລະ ບໍ່​ທຳ­ລາຍ​ສິ່ງ­ແວ­ດລ້ອມ.

ຄວາມ­ສຸກ​ທີ່​ບໍ່­ເກີດ​ຈາກ​ກອງ​ຂີ້​ເຫຍື້ອ ແມ່ນ​ຄວາມ­ສຸກ​ທີ່​ໄດ້​ຮັບ​ຜ່ານ​ຈາກ​ການ​ອອກ­ແຮງ​ງານ ຢ່າງ​ມີ​ລະ­ບຽບ​ວິ­ໄນ ມີ​ວິ­ໄນ​ການ​ເງິນ​ໃຫ້​ກັບ​ຕົນ​ເອງ ຮູ້​ຈົ່ງ​ຢອມ​ເກັບ​ທ້ອນ ຮູ້​ຄຸນ­ຄ່າ​ຂອງ​ເງິນ ເຫັນ​ຄຸນ­ຄ່າ​ຂອງ​ການ​ອອກ­ແຮງ​ງານ ທີ່​ເປັນ​ຍອດ​ຂອງ​ຄວາມ­ສຸກ​ທາງ​ຮ່າງ­ກາຍ ແລະ ຈິດ­ໃຈ ຄວາມ­ສຸກ​ທີ່​ໄດ້​ຜ່ານ​ຈາກ​ການ​ອອກ­ແຮງ​ງານ ຍັງ​ສ້າງ​ໃຫ້​ຄົນ​ມີ​ທັດ­ສະ­ນະ​ຫຼັກ​ໝັ້ນ ຄຸນ­ສົມ­ບັດ​ດີ ກົງ­ກັນ­ຂ້າມ ທີ່​ໄດ້​ຈາກ​ແຫຼ່ງ​ອື່ນ ມັກ​ຈະ​ມີ​ການ​ອວດ​ອ້າງ​ທະ​ນົງ​ຕົວ ຖື​ເງິນ​ເປັນ​ພະ​ເຈົ້າ ທີ່​ພ້ອມ​ແລ້ວ​ຈະ​ນຳ​ເອົາ​ຂີ້​ເຫຍື້ອ​ເຂົ້າ​ມາ​ຖົມ​ຕົນ​ເອງ ແລ້ວ​ຕໍ່​ໄປ​ກໍ​ຈະ​ຮູ້​ເອງ​ວ່າ ແຫຼ່ງ​ທີ່​ມາ​ຂອງ​ລາຍ​ໄດ້​ທີ່​ນຳ​ເຂົ້າ​ມາ​ບຳ­ເລີ​ຕົນ​ນັ້ນ ອາດ​ຈະ​ກາຍ­ເປັນ​ພິດ​ໄພ​ເຜົາ​ຜານ​ຕົນ​ໃນ​ບັ້ນ​ປາຍ​ກໍ​ໄດ້ ດັ່ງ­ນັ້ນ ຄວາມ­ສຸກ​ທີ່​ດີ​ຖືກ­ຕ້ອງ​ບໍ່​ເປັນ​ພິດ​ໄພ ແມ່ນ​ມາ​ຈາກ​ການ​ອອກ­ແຮງ​ງານ​ທາງ​ຮ່າງ­ກາຍ ແລະ ມັນ­ສະ­ໝອງ ມາ​ຈາກ​ການ​ຊື້​ຂາຍ​ດຳ­ເນີນ​ທຸ­ລະ​ກິດ​ທີ່​ຖືກ­ຕ້ອງ​ຕາມ​ກົດ­ໝາຍ ຖືກ​ສິນ​ທຳ ແຕ່​ບໍ່​ແມ່ນ​ມາ​ຈາກ​ການ​ເຮັດ​ຜິດ​ກົດ­ໝາຍ ຫຼື ກະ­ທຳ​ການ​ໃນ​ທາງ​ທີ່​ບໍ່​ຖືກ­ຕ້ອງ.

Leave a comment